More information in Laotian

ໜ້າເວບນີ້ປະກອບດ້ວຍບາງຂໍ້ມູນພື້ນຖານກ່ຽວກັບ ມະຫາວິທະຍາໄລເປສ໌ ແລະ ຫຼັກສູດຮຽນຂອງມະຫາວິທະຍາໄລ.​ ສໍາລັບຂໍ້ມູນລະອຽດ, ກະລຸນາເຂົ້າໄປຍ້ຽມເວບໄຊທ໌ພາສາອັງກິດຂອງພວກເຮົາໄດ້.​

ມະຫາວິທະຍາໄລເປສ໌

ມະຫາວິທະຍາໄລເປສ໌ ເປັນມະຫາວິທະຍາໄລທີ່ເກົ່າແກ່ທີ່ສຸດໃນປະເທດຮັງກາຣີ ຊຶ່ງຖືກສ້າງຂື້ນໃນປີ 1367. ປະຈຸບັນ ມະຫາວິທະຍາໄລປະກອບມີ 10 ຄະນະວິຊາ ແລະ ປະກອບດ້ວຍນັກຮຽນປະມານ 20,000 ຄົນ ຊຶ່ງເປັນໜຶ່ງໃນບັນດາສະຖາບັນການສຶກສາລະດັບສູງທີ່ໃຫຍ່ທີ່ສຸດ.​ ນອກຈາກເປັນມະຫາວິທະຍາໄລທີ່ເກົ່າແກ່ທີ່ສຸດໃນປະເທດແລ້ວ, ມະຫາວິທະຍາໄລເປສ໌ ພ້ອມກັບ ຫຼາຍໆຄະນະວິຊາ ແລະ ຫຼັກສູດຮຽນ ຍັງໄດ້ຮັບຕໍາແໜ່ງນໍາໃນການຈັດລໍາດັບຂອງນາໆຊາດທີ່ເປັນທີ່ຍອມຮັບສູງ.

ມະຫາວິທະຍາໄລເປສ໌ ເປັນປາຍທາງທີ່ໄດ້ຮັບຄວາມນິຍົມສໍາລັບນັກສຶກສາຕ່າງປະເທດ ເພາະວ່າມັນເປັນມະຫາວິທະຍາໄລທີ່ປະກອບດ້ວຍສະພາບແວດລ້ອມທີ່ປອດໄພ, ຄຸນນະພາບການສິດສອນສູງ, ຄ່າຮຽນທີ່ສົມເຫດສົມຜົນ, ຄ່າຄອງຊີບຕໍ່າ ແລະ ມີຊຸມຊົນນັກສຶກສາຕ່າງປະເທດທີ່ກວ້າງໃຫຍ່.​

ມະຫາວິທະຍາໄລເປສ໌ ໄດ້ເປີດສອນຫຼັກສູດຮຽນທີ່ເປັນພາສາອັງກິດມາດົນກວ່າ 30 ປີ ແລະ ໄດ້ເປີດຫຼັກສູດຮຽນທີ່ເປັນພາສາເຢຍລະມັນມາດົນກວ່າ 10 ປີ. ມະຫະວິທະຍາໄລມີຄວາມພູມໃຈທີ່ໄດ້ເປັນເຈົ້າພາບໃຫ້ແກ່ນັກສຶກສາຕ່າງປະເທດຫຼາຍກວ່າ 4000 ຄົນ ທີ່ມາຈາກ ຫຼາຍກວ່າ 100 ປະເທດ. ພວກເຂົາເລືອກມາຮຽນຢູ່ທີ່ມະຫາວິທະຍາໄລເປສ໌ ເພາະເຫດຜົນທາງດ້ານ ຄຸນນະພາບ ຂອງ ການສິດສອນ, ການຮຽນ ແລະ ການຄົ້ນຄວ້າ.

ສຶກສາຕໍ່ທີ່ປະເທດຮັງກາຣີ

ກາສຶກສາລະດັບສູງຂອງຮັງກາຣີແມ່ນມີຄວາມໂດດເດັ່ນທາງວິຊາການມາດົນກວ່າ 600 ປີ ແລະ ການສຶກສາຂອງຮັງກາຣີໄດ້ເລີ່ມຕົ້ນຂື້ນຢູ່ທີ່ມະຫາວິທະຍາໄລເປສ໌, ຊຶ່ງເປັນມະຫາວິທະຍາໄລທໍາອິດຂອງປະເທດຮັງກາຣີ.

ລະດັບປະລິນຍາ

ການສຶກສາລະດັບສູງແມ່ນປະກອບມີສະຖາບັນການສຶກສາລະດັບສູງສອງປະເພດ ຄື ມະຫາວິທະຍາໄລ (ພາສາຮັງກາຣີເອີ້ນວ່າ egyetem) ແລະ ວິທະຍາໄລ (ພາສາຮັງກາຣີເອີ້ນວ່າ főiskola), ສະຖາບັນການສຶກສາລະດັບສູງທັງສອງປະເພດນັ້ນປະກອບມີຫຼາກຫຼາຍວິຊາຮຽນ ໃນສາມລະດັບ ຄື: ລະດັບປະລິນຍາຕີ, ລະດັບປະລິນຍາໂທ ແລະ ລະດັບປະລິນຍາເອກ.

ເຖິງແມ່ນວ່າໂຄງສ້າງປະລິນຍາຂອງຫຼາຍໆວິຊາຮຽນໄດ້ຖືກຈັດແບ່ງແຍກຕາມຊັ້ນ ແຕ່ມີບາງວິຊາຮຽນແມ່ນເປັນຫຼັກສູດລວມກັນ (ສອງເປັນໜຶ່ງ) ຊຶ່ງໝາຍຄວາມວ່າ ທັງປະລິນຍາຕີ ແລະ ປະລິນຍາໂທ ແມ່ນຖືກລວມເຂົ້າກັນເປັນຫຼັກສູດດຽວ ແລະ ຫຼັກສູດເຫຼົ່ານັ້ນປະກອບມີຄື: ສາຂາວິຊາການຢາສັດ, ສາຂາວິຊາສະຖາປັດ, ສາຂາວິຊາທັນຕະແພດ, ສາຂາວິຊການປຸງແຕ່ງຢາ, ສາຂາວິຊາກົດໝາຍ ແລະ ສາຂາວິຊາການຢາ.

ລະບົບໜ່ວຍກິດ ແລະ ການຮັບຮູ້ໜ່ວຍກິດ

ລະບົບໜ່ວຍກິດພຽງລະບົບດຽວທີ່ມີຢູ່ໃນປະເທດຮັງກາຣີແມ່ນລະບົບໂອນໜ່ວຍກິດຂອງຍູໂຣບ (ECTS). ຊຶ່ງອິງຕາມລະບົບໂອນໜ່ວຍກິດຂອງຍູໂຣບ (ECTS), ໜ່ວຍກິດ ແລະ ປະລິນຍາທີ່ຮຽນຢູ່ປະເທດຮັງກາຣີແມ່ນສາມາດໂອນໄປສະຖາບັນອຶ່ນຂອງຍູໂຣບໄດ້ ແລະ ພ້ອມທັງໃນທາງກັບກັນ. ເພິ່ມເຕິມໃນເລື່ອງໃບປະກາດຊະນີຍະບັດ ແມ່ນນັກຮຽນຈະໄດ້ຮັບການສົ່ງເສີມພິເສດຄືໃບປະກາດຊະນີຍະບັດແມ່ນເປັນທີ່ຮັບຮູ້ທົວສະຫະພາບຍູໂຣບ.

ເພື່ອຮັບປະກັນມາດຕະຖານສູງລະດັບສາກົນ,​ ຈຶ່ງໄດ້ມີການນໍາໃຊ້ມາດຕະການຄວບຄຸມຄຸນນະພາບຢ່າງເຄັ່ງຂັດ. ຄະນະກໍາມະການຮັບຮອງລະບົບງານຂອງຮັງກາຣີ (HAC) ໄດ້ດໍາເນີນຂັ້ນຕອນການຮັບຮອງຫຼັກສູດຮຽນ ແລະ ສະຖາບັນການສຶກສາຢ່າງຕໍ່ເນື່ອງ ແລະ ໄດ້ມີການກວດສອບຄຸນນະພາບຂອງກິດຈະກໍາການສຶກສາເພື່ອໃຫ້ສອດຄ່ອງກັບມາດຕະຖານ ແລະ ຄູ່ມືຂອງຍູໂຣບ.​ ຫຼັກສູດຮຽນ ແລະ ສະຖາບັນການສຶກສາລະດັບສູງຂອງຮັງກາຣີແມ່ນໄດ້ມີການຮັບຮອງໂດຍ HAC.

ວິຊາຮຽນ ແລະ ລະບົບຄະແນນ

ໃນການສຶກສາຂັ້ນມະຫາວິທະຍາໄລຂອງຮັງກາຣີປະກອບດ້ວຍລະບົບການສອນແບບການສໍາມະນາ ແລະ ແບບການບັນລະຍາຍ. ແບບການບັນລະບາຍແມ່ນຈັດຂື້ນສໍາລັບນັກສຶກສາຈໍານວນຫຼາຍ, ຊຶ່ງການເຂົ້າຟັງການບັນລະຍາຍເປັນການເຂົ້າຟັງໂດຍຄວາມສະໝັກໃຈ ໂດຍທົ່ວໄປແລ້ວແມ່ນບໍ່ເປັນການບັງຄັບ ແລະ ທ້າຍສົກຮຽນແມ່ນນັກສຶກສາຕ້ອງເສັງຂຽນ ຫຼື ເສັງປາກເປົ່າ. ສ່ວນແບບການສໍາມະນາແມ່ນການຮຽນເປັນກຸ່ມທີ່ບໍ່ເປັນທາງການສໍາລັບນັກສຶກສາລະຫວ່າງ 10-20 ຄົນ ຊຶ່ງມີຫ້ອງໃຫ້ນັກສຶກສາໄດ້ມາປຶກສາຫາລືກັນ, ໂອ້ລົມກັນຕໍ່ກັບບັນຫາ ແລະ ແກ້ບົດຝືກຫັດ ແລະ ໂດຍທົ່ວໄປແລ້ວການຮຽນແບບການສຳມະນາແມ່ນນັກຮຽນຕ້ອງຂຽນບົດຄວາມສົ່ງ ຫຼື ເສັງ.

ລະບົບຄະແນນທີ່ນໍາໃຊ້ໂດຍສະຖາບັນການສຶກສາຂັ້ນສູງຂອງປະເທດຮັງກາຣີມີດັ່ງນີ້:

ຄະແນນສູງສຸດແມ່ນ 5 ດີເລີດ
ຄະແນນ 4 ດີ
ຄະແນນ 3 ປານກາງ
ຄະແນນ 2 ຜ່ານ
ຄະແນນ 1 ແມ່ນ ຕົກ - ຕ້ອງໄດ້ເສັງຄືນ

ໂຄງສ້າງຂອງມະຫາວິທະຍາໄລເປສ໌

ມະຫາວິທະຍາໄລເປສ໌ປະກອບດ້ວຍໂຄງສ້າງຕາມປະເພນີຂອງມະຫາວິທະຍາໄລຍູໂຣບ, ຊຶ່ງນໍາພາໂດຍໂດຍ ອະທິການບໍດີ, ເລຂາອະທິການບໍດີ, ຮອງອະທິການບໍດີ 3 ທ່ານ, ແລະ ແຕ່ລະທ່ານແມ່ນຮັບຜິດຊອບຂະແໜງການທີ່ແຕ່ກຕ່າງກັນຂອງມະຫາວິທະຍາໄລ. ໃນແຕ່ລະຄະນະວິຊາແມ່ນນໍາພາໂດຍຄະນະບໍດີ, ແລະ ແຕ່ລະສະຖາບັນແມ່ນນຳພາໂດຍຜູ້ອໍານວຍການ,​ ທີ່ເຮັດໜ້າທີ່ຂົງເຂດວິຊາການທີ່ກວ້າງກວ່າ. ແຕ່ລະຄະນະວິຊາ ແລະ ສະຖານບັນແມ່ນແບ່ງອອກເປັນຫຼາຍໆພະແນກທີ່ເຮັດ  ໜ້າທີ່ຕິດຕໍ່ພົວພັນກັບນັກສຶກສາ ແລະ ຮັບຜິດຊອບບັນຫຼັກສູດຮຽນຕ່າງໆ.

ການຮັບເຂົ້າຮຽນ

ເລີ່ມແຕ່ປີ 2018 ເປັນຕົ້ນມາ,​ ຄໍາຮ້ອງສະໝັກເຂົ້າຮຽນແມ່ນສາມາດສົ່ງຜ່ານໜ້າເວບຄໍາຮ້ອງອອນລາຍໄດ້ເລີຍ.

ເລີ່ມຂໍສະໝັກຮຽນ, ກະລຸນາກົດທີ່ນີ້

ຖ້າຫາກທ່ານທ່ານຍັງຕັດສິນໃຈບໍ່ໄດ້ເທື່ອວ່າຈະເລືອກຮຽນຫຼັກສູດໃດ,​ ທ່ານສາມາດນໍາໃຊ້ແອັບຊອກຫຼັກສູດຮຽນ ແລະ ຊອກເບິ່ງຕາມທີ່ທ່ານຕ້ອງການໄດ້ເລີຍ!

ວິທີສະໝັກ

  1. ສຶກສາເບິ່ງ ຫຼັກສູດຮຽນ, ຄ່າຮຽນ ແລະ ຂໍ້ກໍານົດໃນການຂໍເຂົ້າຮຽນ.
  2. ເລືອກຫຼັກສູດທີ່ທ່ານຕ້ອງການ, ກົດ ສະໝັກເລີຍ ແລະ ເລີ່ມປະກອບຄໍາຮ້ອງຂອງ
  3. ລົງທະບຽນທີ່ໜ້າເວບຄໍາຮ້ອງ,​ ຕຶ່ມແບບຟອມຄໍາຮ້ອງ, ອັບໂຫຼດເອກະສານທີ່ຈໍາເປັນ ແລະ ກົດສົ່ງຄໍາຮ້ອງຂອງທ່ານ!
  4. ຫຼັງຈາກທ່ານສົ່ງຄໍາຮ້ອງຂອງທ່ານແລ້ວ, ທ່ານຈະໄດ້ຮັບການແຈ້ງເຕືອນກ່ຽວກັບຄ່າທຳນຽມຄໍາຮ້ອງ.
  5. ເມື່ອທາງມະຫາວິທະຍາໄລໄດ້ຮັບຄ່າທໍານຽມຄໍາຮ້ອງແລ້ວ, ຫ້ອງການຮັບນັກສຶກສາຈະເລິ່ມປະເມີນຄໍາຮ້ອງຂອງທ່ານ ແລະ ນັດທ່ານເຂົ້າເສັງ ຫຼື ສຳພາດທາງສະກາຍ.
  6. ຖ້າຫາກທ່ານເສັງ/ສຳພາດທາງສະກາຍຜ່ານ, ທ່ານຈະໄດ້ຮັບໜັງສືຮອງຮອງເບື້ອງຕົ້ນ ແລະ ຈະໄດ້ຮັບແຈ້ງເຕືອນກ່ຽວກັບການຊໍາລະຄ່າຮຽນ.
  7. ເມື່ອທາງມະຫາວິທະຍາໄລໄດ້ຮັບການຊໍາລະຄ່າຮຽນຂອງທ່ານແລ້ວ, ທາງຫ້ອງການຮັບນັກສຶກສາຈະອອກໜັງສືຮັບຮອງໃຫ້ທ່ານ ແລະ ທ່ານກໍ່ສາມາດເລີ່ມກະກຽມເດີນທາງມາທີ່ນະຄອນເປສ໌ໄດ້ເລີຍ.

*ໝາຍເຫດ: ຄໍາຮ້ອງສໍາລັບຫຼັກສູດຮຽນຂອງໂຮງຮຽນການຢາ (ການຢາທົ່ວໄປ, ການຜະລິດຢາ, ທັນຕະແພດສາດ, ເທັກໂນໂລຢີຊີວະພາບ, Humanmedizin, Zahnmedizin, Pharmazie) ແມ່ນມີຂັ້ນຕອນຕ່າງຫາກ.

ກະລຸນາເຂົ້າເບິ່ງໜ້າເວບໄຊທ໌ຄຳຮ້ອງອອນລາຍຂອງໂຮງຮຽນແພດໄດ້ທີ່ນີ້>>

ຂໍ້ກໍານົດໃນການເຂົ້າຮຽນ

ເພື່ອໃຫ້ມີຄຸນສົມບັດເໝາະສົມເພື່ອເຂົ້າຮຽນມະຫາວິທະຍາໄລຕ່າງໆໃນປະເທດຮັງກາຣີ, ນັກສຶກສາຕ້ອງສະແດງໃຫ້ເຫັນວ່າຕົນມີຄົບຕາມຂໍ້ກໍານົດສໍາລັບຫລັກສູດທີ່ຕົນເລືອກຮຽນ.​ ຊຶ່ງມັນມີຂໍ້ກໍານົດທົ່ວໄປທີ່ແນ່ນອນທີ່ໄດ້ກໍານົດໄວ້ ທີ່ນັກສຶກສາຕ້ອງມີຄົບ. ນອກຈາກນັ້ນ,​ ຍັງມີຂໍ້ກໍານົດສະເພາະສໍາລັບຫຼັກສູດທີ່ນັກສຶກສາສະໝັກຮຽນ. ເຊັ່ນຕົວຢ່າງ ຫຼັກສູດວິສະວະກໍາສາດ ອາດຕ້ອງການລະດັບຄະນິດສາດທີ່ສູງກວ່າລະດັບທີ່ເຄີຍຮຽນມາ.​ ສໍລັບຂໍ້ມູນກ່ຽວກັບຂໍ້ກໍານົດສະເພາະໃນການເຂົ້າຮຽນແມ່ນສາມາດເຂົ້າເບິ່ງໄດ້ທີ່ໜ້າເວບຫຼັກສູດຮຽນຂອງຄະນະວິຊາທີ່ກ່ຽວຂ້ອງ.

ນັກສຶກສາທຸກຄົນຈໍາເປັນຕ້ອງພິສູດໄດ້ວ່າຕົນສາມາດເວົ້າພາສາອັງກິດໄດ້ຕາມມາດຕະຖານທີ່ອະນຸຍາດໃຫ້ເຂົ້າຮຽນຫຼັກສູດທີ່ຕົນເລືອກ.​ ການພິສູດດັ່ງກ່າວແມ່ນອິງຕາມວິທີໃດໜຶ່ງຂ້າງລຸ່ມນີ້:

  • ທ່ານເປັນຜູ້ສະໝັກທີ່ພາສາແມ່ແມ່ນພາສາອັງກິດ (ກອບປີພາສ໌ປອດມານໍາເພື່ອເປັນຫຼັກຖານ) 
  • ທ່ານຮຽນຫຼັກສູດພາສາອັງກິດ ເຊັ່ນ ພາສາອັງກິດແມ່ນຂະແໜງຮຽນຂອງຕົນ (ຮຽນຫຼັກສູດພາສາສາດອັງກິດ ຫຼື ວັນນະຄະດີອັງກິດ)
  • ທ່ານໄດ້ເລິ່ມ ແລະ ສືບຕໍ່ຮຽນປະລິນຍາຕີເປັນພາສາອັງກິດ
  • ທ່ານມີໃບຢັ້ງຢືນການອບເສັງພາສາອັງກິດທີ່ເປັນທີ່ຮັບຮູ້ຂອງສາກົນ (ເຊັ່ນ IELTS, TOEFL, TELC, ECL, ແລະ ອຶ່ນໆ)

ນັກຮຽນຕ່າງປະເທດແມ່ນບໍ່ຈໍາເປັນຕ້ອງເວົ້າພາສາຮັງກາຣີໄດ້ເພື່ອເຂົ້າຮຽນຫຼັກສູດຮຽນຕ່າງໆຂອງມະຫາວິທະຍາໄລເປສ໌ ເນື່ອງຈາກທາງມະຫາວິທະຍາໄລໄດ້ສອນເປັນຫຼັກສູດພາສາອັງກິດ ແລະ ພາສາເຢຍລະມັນ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານຄວນສຶກສາພາສາຮັງກາຣີຂັ້ນພື້ນຖານເພື່ອສະດວກສະບາຍຕໍ່ກັບການສື່ສານກັບປະຊາຊົນໃນທ້ອງຖິ່ນ (ເຖິ່ງແມ່ນວ່າ ໄວໜຸ່ມສ່ວນໃຫຍ່ ແລະ ແນ່ນອນ ຄູອາຈາກຂອງທ່ານຈະເວົ້າພາສາອັງກິດ ແລະ ພາສາເຢຍລະມັນ ກໍ່ຕາມ). ເພື່ອເປັນການພັດທະນາທັກສາພາສາຮັງກາຣີຂອງທ່ານ, ທ່ານສາມາດເຂົ້າຮ່ວມຫຼັກສູດກຽມພາສາຮັງກາຣີໄດ້ຫຼາກຫຼາຍຫຼັກສູດ.

ສໍາລັບຂໍ້ມູນເພີ່ມເຕິມກ່ຽວກັບຂໍ້ກໍານົດການເຂົ້າຮຽນ, ກະລຸນາກົດທີ່ນີ້

ຕົວແທນຢູ່ໃນປະເທດຂອງທ່ານ

ມະຫາວິທະຍາໄລເປສ໌ໄດ້ເຮັດວຽກຢ່າງໃກ້ສິດກັບ ຕົວແທນດ້ານການສຶກສາ, ທີ່ປຶກສາ ແລະ ໜ່ວຍງານບໍລິການກາສຶກສາຕ່າງປະເທດ ໃນວົງກວ້າງຢູ່ໃນຂອບເຂດທົ່ວໂລກ. ຕົວແທນ ແລະ ທີ່ປຶກສາເຫຼົ່ານີ້ສາມາດໃຫ້ຄໍາປຶກສາກ່ຽວກັບຫຼັກສູດຮຽນທີ່ ເໝາະສົມສໍາລັບທ່ານ, ແລະ ໃຫ້ການຊ່ວຍເຫຼືອ ແລະ ຄໍາແນະນໍາຕະຫຼອດຂະບວນການສະໝັກຮຽນ.

ກະລຸນາກົດເບິ່ງລາຍຊື່ທີ່ນີ້ເພື່ອຊອກເບິ່ງຕົວແທນທາງການຂອງມະຫາວິທະຍາໄລເປສ໌ທີ່ຢູ່ໃກ້ທ່ານ.

ຖ້າຫາກທ່ານຕ້ອງການຮູ້ຂໍ້ມູນເພີ່ມເຕິມກ່ຽວມະຫາວິທະຍາໄລເປສ໌,​ ກ່ຽວກັບຊີວິດນັກສຶກສາຢູ່ນະຄອນເປສ໌ ຫຼື ກ່ຽວກັບຫຼັກສູດຮຽນທີ່ທ່ານສົນໃຈ, ຢ່າລັງເລໃຈທີ່ຈະຕິດຕໍ່ຫາທູດນັກສຶກສາຕ່າງປະເທດຂອງມະຫາວິທະຍາໄລເປສ໌.

ການກະກຽມເລື່ອງທີ່ພັກຂອງທ່ານ

ເມື່ອທ່ານໄດ້ຮັບການຢືນຢັນກ່ຽວກັບການຮັບເຂົ້າຮຽນ ຫຼື ຄົ້ນຄວ້າຢູ່ທີ່ມະຫາວິທະຍາໄລເປສ໌ແລ້ວ, ທ່ານສາມາດເລີ່ມວາງແຜນກ່ຽວກັບການພັກເຊົາຂອງທ່ານໄດ້ເລີຍ.​ ຢູ່ທີ່ນີ້ ທ່ານສາມາດເບິ່ງຄູ່ມືສໍາລັບນັກສຶກສາຕ່າງປະເທດກ່ຽວກັບວິທີກະກຽມເພື່ອມາຮຽນຕໍ່ທີ່ມະຫາວິທະຍາໄລເປສ໌ ແລະ ການພັກເຊົາຢູ່ທີ່ນະຄອນເປສ໌, ທີ່ປະເທດຮັງກາຣີ ໂດຍທົ່ວໄປ. ຄົ້ນເບິ່ງທີ່ແມນູຢູ່ເບື້ອງຊ້າຍມື ແລະ ຊອກຫາຂໍ້ມູນທີ່ທ່ານຕ້ອງການກ່ຽວກັບຂັ້ນຕອນຕ່າງໆເພື່ອກະກຽມກ່ອນທ່ານຈະອອກເດີນທາງ. ສ່ວນຂໍ້ມູນລະອຽດເພີ່ມເຕິມແມ່ນທ່ານຈະໄດ້ຮັບຫຼັງຈາກທ່ານເດີນທາງມາເຖິງ.

ທີ່ຢູ່ອາໃສ

ສໍາລັບເລື່ອງທີ່ພັກຢູ່ທີ່ນະຄອນເປສ໌,​ ນັກສຶກສາສາມາດເລືອກໄດ້ສອງທາງເລືອກພື້ນຖານ. ນັກສຶກສາອາດຈະພັກເຊົາຢູ່ທີ່ຫໍພັກນັກສຶກສາ ຫຼື ຊອກເຊົ່າທີ່ພັກທາງນອກ.

ມະຫາວິທະຍາໄລເປສ໌ ມີຫໍພັກຮອງຮັງນັກສຶກຈໍານວນ 10 ຫໍພັກ. ບັນດາຫໍພັກແມ່ນຕັ້ງຢູ່ສະຖານທີ່ມິດງຽບ ແລະ ເປັນສະຖານທີ່ພັກອາໄສຂອງຕົວເມືອງ. ພ້ອມກັນນັ້ນ ບັນດາຄະນະວິຊາຂອງມະຫາວິທະຍາໄລແມ່ນຕັ້ງຢູ່ໃນກາງເມືອງເຊັ່ນກັນ ຊຶ່ງສະດວກສະບາຍແກ່ການເດິນທາງໄປມາຫາສູ່ຫໍພັກ. ຫໍພັກສ່ວນໃຫຍ່ແມ່ນມີການປັບປຸງໃໝ່ໃນບໍ່ດົນມານີ້. ຫ້ອງນອນປະກອບມີເຄື່ອງໃຊ້ ແລະ ປະກອບດ້ວຍຫ້ອງນໍ້າ. ມີເຄື່ອງນອນຄົບຖ້ວນ ແລະ ລາຄາຫ້ອງແມ່ນຢູ່ໃນລະດັບສົມເຫດສົມຜົນ: ຊຶ່ງຕົກຢູ່ປະມານ 140 ເອີໂຣ ຕໍ່ເດືອນ.

ສໍາລັບນັກສຶກສາທີ່ຕ້ອງການທີ່ພັກທີ່ຄຸນນະພາບດີກວ່າ ແມ່ນສາມາດເຊົ່າຫ້ອງເຊົ່າໄດ້ຕາມໃຈມັກ. ການເຊົ່າຫ້ອງເຊົ່າແມ່ນນັກສຶກສາຈະສາມາດໄດ້ຮັບຄວາມສະຫງົບ, ຄວາມສະດວກສະບາຍ ແລະ ຄວາມເປັນສ່ວນຕົວຕາມທີ່ຕ້ອງການ.

ຄ່າຄອງຊີບ

ຄ່າຄອງຊີບໃນການພັກເຊົາຢູ່ທີ່ປະເທດຮັງກາຣີແມ່ນຖືວ່າຕໍ່າຖ້າທຽບໃສ່ມາດຕະຖານຄ່າຄອງຊີບຂອງຍູໂຣບ. ເພື່ອສາມາດຈ່າຍຄ່າເຊົ່າຂອງທ່ານ, ໃຊ້ຈ່າຍຊື້ອາຫານທີ່ເໝາະສົມ ແລະ ໃຊ້ຈ່າຍໃນການອອກໄປສັງສັນງານຂ້າງນອກບາງຄັ້ງຄາວ ທ່ານຕ້ອງມີເງິນຢ່າງຕໍ່າ 150,000 ຟໍຣິນຮັງກາຣີ (ຫຼື ເທົ່າກັບ 470 ເອີໂຣ) ຕໍ່ເດືອນ.

ນີ້ແມ່ນລາຍການໃນການໃຊ້ຈ່າຍທີ່ຈໍາເປັນເພື່ອໃຫ້ເປັນຂໍ້ຄິດໃນການໃຊ້ຈ່າຍ

ການໃຫ້ບໍລິການນັກສຶກສາ

ການສຶກສາຢູ່ຕ່າງປະເທດສາມາດເປັນເລື່ອງຍາກໄດ້ເຊັ່ນກັນ. ເມື່ອທ່ານຢູ່ໄກຈາກບ້ານ ທຸ່ກສິ່ງອາດເບິ່ງຄືຜິດປົກກະຕິ, ແປກຕາ, ແລະ ທ່ານອາດຈະຮູ້ສຶກເຫງົາບາງເວລາ. ແຕ່ທ່ານບໍ່ຕ້ອງກັງວົນ, ນີ້ຖືວ່າເປັນເລື່ອງປົກກະຕິ ແລະ ເກີດຂື້ນກັບທຸກໆຄົນ. ແຕ່ທາງມະຫາວິທະຍາໄລເປສ໌ໄດ້ພັດທະນາເຄື່ອງມືຈໍານວນໜຶ່ງເພື່ອຊ່ວຍທ່ານກ້າວຜ່ານຊ່ວງເວລາຂ້າມຜ່ານດັ່ງກ່າວໃຫ້ນຽບນຽນເທົ່າທີ່ຈະເປັນໄປໄດ້.​

ໂຄງການເພື່ອນຊ່ວຍເພື່ອນ: ຄູຝຶກສ່ວນຕົວ(ເພື່ອນສ່ວນຕົວ) ຈະໃຫ້ການຊ່ວຍເຫຼືອແກ່ນັກສຶກສາຕ່າງປະເທດເພື່ອປັບເຂົ້າສູ່ສະພາບແວດລ້ອມຂອງມະຫາວິທະຍາໄລ.

ຫຼັກສູດສຶກສາວັດທະນະທໍາ: ຫຼັກສູດສອນເປັນອັງກິດແມ່ນຈັດຂື້ນສໍາລັບນັກສຶກສາທຸກຄົນຂອງມະຫາວິທະຍາໄລ ເພື່ອຊ່ວຍໃຫ້ນັກສຶກສາເຂົ້າໃຈກ່ຽວກັບວັດທະນະທຳຮັງກາຣີ,​ ສັງຄົມ ແລະ ເພື່ອໄດ້ເຫັນບັນຫາທາງດ້ານການເມືອງ ແລະ ທາງດ້ານສັງຄົມໃນປະຈຸບັນຢູ່ທີ່ນີ້.

ທີ່ປຶກສານັກສຶກສາ: ທີ່ປຶກສານັກສຶກສາແມ່ນຖືວ່າເປັນການບໍລິການອັນລໍ້າຄ່າພາຍໃນມະຫາວິທະຍາໄລເປສ໌. ຈຸດປະສົງຫຼັກຂອງໂຄງການນີ້ແມ່ນເພື່ອໃຫ້ຄໍາປຶກສາທາງດ້ານຈິດຕະ, ການຕຶກຕອງຄວາມຄິດ ແລະ ດ້ານວິຊາຊີບແກ່ນັກສຶກສາ.

ການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ: ຄຣິນິກໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ (Campus Legal Aid Clinic) ຖືກຈັດຕັ້ງຂື້ນໃນປີ 2015 ເພື່ອຊ່ວຍນັກຮຽນກົດໝາຍໃຫ້ໄດ້ຄວາມຮູ້ທາງວິຊາການທີ່ເລິກເຊິ່ງຂື້ນ, ພ້ອມດຽວກັນນັ້ນ ທາງຄຣິນິກຍັງໃຫ້ ຄໍາປຶກສາທາງດ້ານກົດໝາຍທີ່ມີການກວດສອບ ແລະ ເປັນມືອາຊີບ ແກ່ນັກສຶກສາຂອງມະຫາວິທະຍາໄລເປສ໌.